ສປ ຈີນ ປາບປາມອາຊະຍະກຳດ້ານອາຫານ ແລະ ຢາໄດ້ 6.000 ກວ່າຄະດີ
ສຳນັກຂ່າວຊິນຮວາລາຍງານເມື່ອບໍ່ດົນຜ່ານມາວ່າ: ກະຊວງປ້ອງກັນຄວາມສະຫງົບ, ສາທາລະນະ ແລະ ເຈົ້າໜ້າທີ່ຕຳຫຼວດ ສປ ຈີນ ໄດ້ພ້ອມກັນ
ສົມທົບກັບຫຼາຍພາກສ່ວນ ເພື່ອກວດກາ-ປາມປາມອາຊະຍະກຳກ່ຽວກັບອາຫານ ແລະ ຢາໄດ້ກວ່າ 6.100 ຄະດີ, ນັບແຕ່ເດືອນ ເມສາ ປີນີ້ ເປັນຕົ້ນມາ.
ໜ່ວຍງານຄວາມປອດໄພສາທາລະນະ ລະດັບທ້ອງຖິ່ນ ແນໃສ່ປາບປາມອາຊະຍະກຳຕ່າງໆ ພາຍໃຕ້ຄຳແນະນຳຂອງກະຊວງເຊັ່ນ: ການໃຊ້ວັດຖຸເຈືອນ
ປົນອາຫານເກີນກຳນົດ, ການເຕີມສານທີ່ບໍ່ສາມາດຮັບປະທານໄດ້ຊຶ່ງເປັນພິດ ຫຼື ອັນຕະລາຍລົງໃນອາຫານຢ່າງຜິດກົດໝາຍ, ລວມເຖິງການຜະລິດ
ແລະ ຈຳໜ່າຍຢາປອມທີ່ເພີ່ມເປົ້າໝາຍໄປຍັງຜູ້ອາຍຸສູງ, ແມ່ຍິງ ແລະ ເດັກນ້ອຍ. ເຈົ້າໜ້າໄດ້ໃຊ້ເຄື່ອງມືທີ່ ເປັນເຕັກໂນໂລຊີທີທັນສະໄໝກວດຈັບໄດ້
ແບບວ່ອງໄວ ໃນການປາບປາມອາຊະຍະກຳເຫຼົ່ານີ້, ພ້ອມທັງປຸກລະດົມເຕືອນສາທາລະນະຊົນ, ແຈ້ງເບາະແສ, ປະສານງານ ແລະ ໃຫ້ຄວາມຮ່ວມມື
ກັບໜ່ວຍງານທາງການທີ່ກ່ຽວຂ້ອງກັບການຈັດການຄະດີຮ້າຍແຮງ.
ນອກຈາກນີ້, ກະຊວງຍັງໄດ້ເຕືອນປະຊາຊົນອີກວ່າ: ຄະດີອາຊະຍະກຳອາຫານ ແລະ ຢາຈຳ ນວນ 10 ຄະດີ ເຊິ່ງລວມທັງສິນຄ້າກະສິກຳ, ສັດນ້ຳ
ແລະ ສຸຂະພາບລວມເຖິງຢາປົວພະຍາດ ທີ່ໃຊ້ໃນກຸ່ມຜູ້ອາຍຸສູງເຊັ່ນ: ພະຍາດຂໍ່ອັກເສບ, ອາການປວດຫຼັງ ແລະ ພະຍາດຫອບຫືດອື່ນໆຈຳນວນໜຶ່ງ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/08/2023